Recent Posts

Detract yet delight written farther his general. If in so bred at dare rose lose good. Feel and make two real miss use easy.
September 16, 2022
ລັກສະນະໂຄງການ

1. ອອກແບບລາຍລະອຽດການກໍ່ສ້າງເສັ້ນທາງ 2 ເລນ, ໂຄງສ້າງລະບົບລະບາຍນ້ຳ ແລະຂົວຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພະບາງເຊື່ອມຕໍ່ເສັ້ນທາງຈາກຫົງສາ-ບ້ານຊຽງແມນ ກັບຖະໜົນເລກທີ່ 13 ຂອງ ສປປ. ລາວ  ທັງ ດ້ານ ກາຍຍະພາບ ແລະ ຄວາມ ເຂັ້ມ ແຂງ ໃຫ້ ເໝາະ ກັບ ປະລິມານ ການ ສັນຈອນ ໃນ ປະຈຸ ບັນ ແລະ ອະນາຄົດ, ໂດຍ ຂົວ ຊຽງ ແມນ- ຫຼວງ ພະ ບາງ ໄດ້ ຂ້າມ ແມ່ ນ້ຳຂອງ ປະມານ 540 ແມັດ ໂດຍທາງ ສປປ ລາວ ໄດ້ ກໍຳນົດ ເຂດ ທີ່ຕັ້ງກໍ່ສ້າງ ຂົວ ຊຽງ ແມນ- ຫຼວງ ພະ ບາງ ຕັ້ງຢູ່ທາງທິດເໜືອຂອງ  ສະໜາມ ບິນ […]

Read More
September 16, 2022
ຂໍ້ມູນໂຄງການ​

ຄວາມເປັນມາຂອງໂຄງການ         ສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) (ສພພ.) ກະຊວງການເງິນ ໄດ້ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງເສັ້ນທາງເມືອງຫົງສາ-ບ້ານຊຽງແມນ ໃນ ສປປ. ລາວ ເຊິ່ງມີໄລຍະທາງປະມານ 114 ກິໂລແມັດເພື່ອເຊື່ອມຕໍ່ຈັງຫວັດນານ-ແຂວງຫຼວງພະບາງ ປັດຈຸບັນແມ່ນໄດ້ກໍ່ສ້າງສຳເລັດແລ້ວ ແລະໄດ້ເປີດໃຫ້ໃຊ້ງານແລ້ວ ແລະ ເພື່ອໃຫ້ການເດີນທາງສະດວກສະບາຍຂຶ້ນ, ສພພ. ໄດ້ຕົກລົງອະນຸມັດການຊ່ວຍເຫຼືອດ້ານວິຊາການໃຫ້ແກ່ ສປປ. ລາວ ສໍາລັບການສຶກສາຄວາມເປັນໄປໄດ້ (Feasibility Study) ແລະ ອອກແບບລາຍລະອຽດ (Detailed Design) ໂຄງການກໍ່ສ້າງເສັ້ນທາງຊຽງແມນ-ຫຼວງພະບາງ ສປປ. ລາວ ເປັນຂົວຂ້າມແມ່ນໍ້າຂອງເຊື່ອມຕໍ່ເສັ້ນທາງຈາກຫົງສາ-ບ້ານຊຽງແມນ ກັບຖະໜົນເລກທີ່ 13 (ແມ່ນ້ຳຂອງມີຄວາມກວ້າງປະມານ 540 ແມັດ) ຕາມທີ່ໄດ້ຮັບຄຳຮ້ອງຂໍການຊ່ວຍເຫຼືອດ້ານວິຊາການຈາກກະຊວງການເງິນ ສປປ. ລາວ ຈຸດປະສົງເພື່ອອຳນວຍຄວາມສະດວກໃນການຄົມມະນາຄົມ, ທັງເປັນເສັ້ນທາງທ່ອງທ່ຽວເຊື່ອມຕໍ່ຈັງຫວັດນານ-ເມືອງມໍລະດົກໂລກຫຼວງພະບາງ ແລະສະໜັບສະໜູນເປົ້າໝາຍໂຄງການກໍ່ສ້າງເສັ້ນທາງເມືອງຫົງສາ-ບ້ານຊຽງແມນ ເພື່ອເຊື່ອມຕໍ່ເສັ້ນທາງທ່ອງທ່ຽວທາງບົກຈາກຈຸດຜ່ານແດນຖາວອນບ້ານຫ້ວຍໂກນ ເມືອງຊະເລີມພະກຽດ ຈັງຫວັດນານ ສູ່ເມືອງມໍລະດົກໂລກຫຼວງພະບາງໄດ້ຢ່າງເປັນຮູບປະທຳ         ນອກຈາກນັ້ນ, ການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ ຈະເປັນຂົວເຊື່ອມຕໍ່ລະຫວ່າງລະບົບຄົມມະນາຄົມຂົນສົ່ງພາຍໃນ ສປປ ລາວ ແລະ ເຄືອຂ່າຍການຄົມມະນາຄົມຂົນສົ່ງລະຫວ່າງປະເທດໄທ ແລະ […]

Read More