ກອງປະຊຸມປຶກສາຫາລືກ່ຽວກັບປະຊາຊົນ

ຜູ້ເຂົ້າຮວມປະຊຸມໄດ້ທຳການເຮັດແບບສອບຖາມ ໂດຍສາມາດສະຫຼຸບໄດ້ວ່າຜູ້ທີ່ເຂົ້າຮ່ວມປະຊຸມສ່ວນຫຼາຍແມ່ນເຫັນດີນຳໂຄງການ ກວມເອົາ 90 ສ່ວນຮ້ອຍ ຂອງຜູ້ທີ່ເຂົ້າຮວມປະຊຸມ ຍ້ອນໂຄງການດັ່ງກ່າວຈະຊ່ວຍອໍຳນວຍຄວາມສະດວກໃຫ້ກັບປະຊາຊົນທັ້ງດ້ານການສັນຈອນ, 
ການທ່ອງທຽວ ຫຼືການຂົນສົ່ງສິ້ນຄ້າລະຫວ່າງເມືອງຈອມເພັດ ນະຄອນຫຼວງພະບາງ ແລະເມືອງຫົງສາ. ການອອກແບບແມ່ນເປັນໄປຕາມມາດຕະຖານສາກົນ ມີທັດສະນິພາບດີແລະເປັນຜົນດີຕໍ່ການພັດທະນາດ້ານເສດຖະກິດ ແລະສັງຄົມ. ຢາກໃຫ້ດຳເນິນການກໍ່ສ້າງໂດຍໄວເພື່ອການພັດທະນາຂອງແຂວງຫຼວງພະບາງທີ່ເປັນເມືອງມໍລະດົກໂລກ. ໂຄງການດັ່ງກ່າວແມ່ນໄດ້ນອນຢູ່ແຜນການພັດທະນານະຄອນຫຼວງພະບາງ
ທີ່ໄດ້ມີມັດຕິເຫັນດີນຳກັນຢ່າງເປັນເອກະພາບໃນທີ່ປະຊຸມແລ້ວ. ຜູ້ທີ່ເຂົ້າຮ່ວມປະຊຸມບາງສ່ວນແມ່ນເຫັນດີນຳໂຄງການແຕ່ຍັງມີຄວາມກັງວົນ ກວມເອົາ 10 ສ່ວນຮ້ອຍ ຂອງຜູ້ທີ່ເຂົ້າຮວມປະຊຸມ ຍ້ອນເລືອງຜົນກະທົບຕໍ່ທີ່ດິນຂອງປະຊາຊົນ ລາຄາການເວນຄືນທີ່ດິນ ແລະຮູບແບບທາງສະຖາປັດຕະຍະກຳ ຄວນອອກແບບໃຫ້ເໝາະສົມກັບເມືອງມໍລະດົກໂລກ.
ຮູບແບບທາງເລຶອກທີ່ 1
ຮູບແບບທາງເລຶອກທີ່ 2
ຮູບແບບທາງເລຶອກທີ່ 3