ຂໍ້ມູນໂຄງການ​

ຄວາມເປັນມາຂອງໂຄງການ

        ສຳນັກງານຄວາມຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ອົງການມະຫາຊົນ) (ສພພ.) ກະຊວງການເງິນ ໄດ້ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງເສັ້ນທາງເມືອງຫົງສາ-ບ້ານຊຽງແມນ ໃນ ສປປ. ລາວ ເຊິ່ງມີໄລຍະທາງປະມານ 114 ກິໂລແມັດເພື່ອເຊື່ອມຕໍ່ຈັງຫວັດນານ-ແຂວງຫຼວງພະບາງ ປັດຈຸບັນແມ່ນໄດ້ກໍ່ສ້າງສຳເລັດແລ້ວ ແລະໄດ້ເປີດໃຫ້ໃຊ້ງານແລ້ວ ແລະ ເພື່ອໃຫ້ການເດີນທາງສະດວກສະບາຍຂຶ້ນ, ສພພ. ໄດ້ຕົກລົງອະນຸມັດການຊ່ວຍເຫຼືອດ້ານວິຊາການໃຫ້ແກ່ ສປປ. ລາວ ສໍາລັບການສຶກສາຄວາມເປັນໄປໄດ້ (Feasibility Study) ແລະ ອອກແບບລາຍລະອຽດ (Detailed Design) ໂຄງການກໍ່ສ້າງເສັ້ນທາງຊຽງແມນ-ຫຼວງພະບາງ ສປປ. ລາວ ເປັນຂົວຂ້າມແມ່ນໍ້າຂອງເຊື່ອມຕໍ່ເສັ້ນທາງຈາກຫົງສາ-ບ້ານຊຽງແມນ ກັບຖະໜົນເລກທີ່ 13 (ແມ່ນ້ຳຂອງມີຄວາມກວ້າງປະມານ 540 ແມັດ) ຕາມທີ່ໄດ້ຮັບຄຳຮ້ອງຂໍການຊ່ວຍເຫຼືອດ້ານວິຊາການຈາກກະຊວງການເງິນ ສປປ. ລາວ ຈຸດປະສົງເພື່ອອຳນວຍຄວາມສະດວກໃນການຄົມມະນາຄົມ, ທັງເປັນເສັ້ນທາງທ່ອງທ່ຽວເຊື່ອມຕໍ່ຈັງຫວັດນານ-ເມືອງມໍລະດົກໂລກຫຼວງພະບາງ ແລະສະໜັບສະໜູນເປົ້າໝາຍໂຄງການກໍ່ສ້າງເສັ້ນທາງເມືອງຫົງສາ-ບ້ານຊຽງແມນ ເພື່ອເຊື່ອມຕໍ່ເສັ້ນທາງທ່ອງທ່ຽວທາງບົກຈາກຈຸດຜ່ານແດນຖາວອນບ້ານຫ້ວຍໂກນ ເມືອງຊະເລີມພະກຽດ ຈັງຫວັດນານ ສູ່ເມືອງມໍລະດົກໂລກຫຼວງພະບາງໄດ້ຢ່າງເປັນຮູບປະທຳ

        ນອກຈາກນັ້ນ, ການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ ຈະເປັນຂົວເຊື່ອມຕໍ່ລະຫວ່າງລະບົບຄົມມະນາຄົມຂົນສົ່ງພາຍໃນ ສປປ ລາວ ແລະ ເຄືອຂ່າຍການຄົມມະນາຄົມຂົນສົ່ງລະຫວ່າງປະເທດໄທ ແລະ ສປປ ລາວ ໃຫ້ມີຄວາມສົມບູນ ສອດຄ່ອງກັບຍຸດທະສາດຂອງໄທ ໃນການໃຫ້ຄວາມສໍາຄັນຂອງການເຊື່ອມໂຍງການຂົນສົ່ງລະຫວ່າງ ປະເທດໄທ ແລະ ປະເທດເພື່ອນບ້ານ ​ເຊິ່ງ​ເປັນ​ຜົນ​ດີ​ຕໍ່​ເສດຖະກິດ​ຂອງ​ທັງ​ສອງ​ປະ​ເທດ​ໃນ​ດ້ານ​ການ​ລົງທຶນ​ອຸດສາຫະ ກຳ​ກະສິກຳ ການ​ທ່ອງ​ທ່ຽວ​ແລະການ​ບໍລິການ ການ​ສົ່ງ​ອອກ​ສິນຄ້າ​ອຸປະ​ໂພ​ກບໍລິ​ໂພ​ກນ້ຳມັນ​ເຊື້ອ​ໄຟ​ຫຼື​ສິນຄ້າ​ທີ່​ນຳ​ໃຊ້​ໃນ​ອຸດສາຫະກຳ​ກະສິກຳ ທັງ​ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ປະ​ຊາ​ຊົນ ສປປ ລາວ ມີ​ຄຸນ​ນະພາ​ບດີ​ຂຶ້ນ ຊີວິດຈາກການລົງທຶນໃນອະນາຄົດ.

 

ຈຸດປະສົງ

  1. ເພື່ອອອກແບບລາຍລະອຽດການກໍ່ສ້າງເສັ້ນທາງ 2 ເລນ, ໂຄງສ້າງລະບົບລະບາຍນ້ຳ ແລະຂົວຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພະບາງ ເຊື່ອມຕໍ່ເສັ້ນທາງຈາກຫົງສາ-ບ້ານຊຽງແມນ ກັບຖະໜົນເລກທີ່ 13 ພ້ອມທັງກະກຽມເອກະສານການປະມູນ ແລະ ປະເມີນມູນຄ່າການກໍ່ສ້າງຂອງໂຄງການ.
  2. ເພື່ອທົບທວນຜົນການສຶກສາກ່ຽວກັບຄວາມເໝາະສົມທາງດ້ານເສດຖະກິດ, ວິສະວະກຳ ແລະ ສັງຄົມຂອງໂຄງການພັດທະນາເສັ້ນທາງແຕ່ເມືອງຫົງສາ-ບ້ານຊຽງແມນ (ເມືອງຈອມເພັດ ແຂວງຫຼວງພະບາງ) ສປປ. ລາວ ໂດຍການເກັບຂໍ້ມູນ ແລະ ວິເຄາະຂໍ້ມູນດ້ານເສດຖະກິດ-ສັງຄົມ, ການສັນຈອນ ແລະ ການຂົນສົ່ງ, ປະເມິນຄວາມເປັນໄປໄດ້, ມູນຄ່າຂອງໂຄງການ, ຜົນປະໂຫຍດ ແລະຜົນກະທົບຂອງໂຄງການ, ແນວທາງການພັດທະນາເສັ້ນທາງ ແລະຄາດຄະເນປະລິມານຈະລາຈອນ ລວມທັງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໃນການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ