ລັກສະນະໂຄງການ

1. ອອກແບບລາຍລະອຽດການກໍ່ສ້າງເສັ້ນທາງ 2 ເລນ, ໂຄງສ້າງລະບົບລະບາຍນ້ຳ ແລະຂົວຂ້າມແມ່ນໍ້າຂອງ ຊຽງແມນ-ຫຼວງພະບາງເຊື່ອມຕໍ່ເສັ້ນທາງຈາກຫົງສາ-ບ້ານຊຽງແມນ ກັບຖະໜົນເລກທີ່ 13 ຂອງ ສປປ. ລາວ  ທັງ ດ້ານ ກາຍຍະພາບ ແລະ ຄວາມ ເຂັ້ມ ແຂງ ໃຫ້ ເໝາະ ກັບ ປະລິມານ ການ ສັນຈອນ ໃນ ປະຈຸ ບັນ ແລະ ອະນາຄົດ, ໂດຍ ຂົວ ຊຽງ ແມນ- ຫຼວງ ພະ ບາງ ໄດ້ ຂ້າມ ແມ່ ນ້ຳຂອງ ປະມານ 540 ແມັດ ໂດຍທາງ ສປປ ລາວ ໄດ້ ກໍຳນົດ ເຂດ ທີ່ຕັ້ງກໍ່ສ້າງ ຂົວ ຊຽງ ແມນ- ຫຼວງ ພະ ບາງ ຕັ້ງຢູ່ທາງທິດເໜືອຂອງ  
ສະໜາມ ບິນ ຫຼວງ ພະ ບາງ ເຊິ່ງຈະຢູ່ບໍລິເວນທ່າເຮືອແພ (ທ່າເຮືອເກົ່າ) ເຊິ່ງເປັນທ່າເຮືອທີ່ສາມາດເດີນທາງໄປຟາກພະລາດຊະວັງຫຼວງພຣະບາງພ້ອມກັບສະເໜີຮູບແບບສະຖາປັດຕະຍະກຳສຳລັບການກໍ່ສ້າງຂົວຢ່າງໜ້ອຍ 3  ຮູບແບບອີງ ຕາມ ການ ແນະ ນໍາ ແລະ ຂອບ ເຂດ ຂອງ ການ ດໍາ ເນີນ ງານ , ປະ ກອບ ດ້ວຍ

 

  • ອອກແບບຂົວຊຽງແມນ-ຫຼວງພະບາງ
  • ອອກແບບເສັ້ນທາງເຊື່ອມຕໍ່ (Access Road)ເຊື່ອມຕໍ່ຂົວແລະຖະໜົນຈາກບ້ານຫົງສາ-ບ້ານຊຽງແມນ 
  • ອອກແບບເສັ້ນທາງເຊື່ອມຕໍ່ (Access Road) ເຊື່ອມຕໍ່ຂົວແລະທາງຫຼວງເລັກ 13
  • ສຳຫຼວດ ແລະກຳນົດທີ່ຕັ້ງຂອງທາງແຍກ, ລະບົບລະບາຍນ້ຳ.
  • ສຳຫຼວດ ແລະກຳນົດສະຖານທີ່ຕິດຕັ້ງປ້າຍຈະລາຈອນ ລະບົບໄຟທາງ ແລະ ການຕິດຕັ້ງສັນຍານຈະລາຈອນ (ຖ້າຈຳເປັນ) ເພື່ອຄວາມປອດໄພໃນບໍລິເວນທີ່ມີຄວາມສ່ຽງເກິດອັນຈະລາຍ
  • ຄາດຄະເນຄ່າໃຊ້ຈ່າຍໃນການກໍ່ສ້າງ 
  • ກະກຽມເອກະສານປະມູນລາຄາ (Bidding Documents) ສໍາລັບການກໍ່ສ້າງຂົວ

 

2. ທົບທວນຜົນການສຶກສາກ່ຽວກັບຄວາມເໝາະສົມທາງດ້ານເສດຖະກິດ, ວິສະວະກຳ ແລະ ສັງຄົມຂອງໂຄງການພັດທະນາເສັ້ນທາງແຕ່ເມືອງຫົງສາ-ບ້ານຊຽງແມນ (ເມືອງຈອມເພັດ ແຂວງຫຼວງພະບາງ) ສປປ. ລາວ ໂດຍການເກັບຂໍ້ມູນ ແລະ ວິເຄາະຂໍ້ມູນດ້ານເສດຖະກິດ-ສັງຄົມ, ການສັນຈອນ ແລະ ການຂົນສົ່ງ, ປະເມິນຄວາມເປັນໄປໄດ້, ມູນຄ່າຂອງໂຄງການ, ຜົນປະໂຫຍດ ແລະຜົນກະທົບຂອງໂຄງການ, ແນວທາງການພັດທະນາເສັ້ນທາງ ແລະຄາດຄະເນປະລິມານຈະລາຈອນ ລວມທັງການປະເມີນຜົນກະທົບຕໍ່ສິ່ງແວດລ້ອມໃນການກໍ່ສ້າງຂົວຂ້າມນໍ້າຂອງ ຊຽງແມນ-ຫຼວງພະບາງ ໂດຍທີ່ປຶກສາຈະໄດ້ກະກຽມບົດລາຍງານຄວາມເໝາະສົມທາງດ້ານເສດຖະກິດ, ວິສະວະກຳ ແລະສັງຄົມ ລວມທັງບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ (Environmental Impact Assessment: EIA)