ທີ່ຕັ້ງໂຄງການແລະພື້ນທີ່ສືກສາຂອງໂຄງການ​

        ສະຖານທີ່ຕັ້ງໂຄງການແມ່ນຕັ້ງຢູ່ສອງຝັ່ງແມ່ນ້ຳຂອງ ເບື້ອງໜຶ່ງແມ່ນຕັ້ງຢູ່ເຂດບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ ແລະ ອີກດ້ານໜຶ່ງແມ່ນໃນເຂດພື້ນທີ່ນະຄອນຫຼວງພະບາງ ເມືອງຫຼວງພະບາງ ແຂວງຫຼວງພະບາງ ສະພາບພື້ນທີ່ບໍລຶເວນບ້ານຊຽງແມນ ເມືອງຈອມເພັດ ແຂວງຫຼວງພະບາງ ໂດຍທົ່ວໄປແມ່ນເປັນເສັ້ນທາງດິນຫຍາບ ເປັນຂຸເປັນບໍ່ຢູ່ໃນສະພາບທີ່ເສຍຫາຍ ມີຊຸມຊົນອາໄສຢູ່ສອງຟາກຊອງເສັ້ນທາງເປັນໄລຍະໆ ການເດີນທາງໃນລະດູແລ້ງເຮັດໃຫ້ເກີດມົນລະພິດທາງອາກາດ ແລະ ໃນລະດູຝົນກໍ່ມີນໍ້າຖ້ວມ ບາງບ່ອນມີນໍ້າທຳມະຊາດຕັດຜ່ານເສັ້ນທາງທີ່ບໍ່ມີຂົວຂ້າມທີ່ເໝາະສົມເຮັດໃຫ້ມີຄວາມຫຍຸ້ງຍາກໃນການເດີນທາງ ພື້ນທີ່ໂຄງການສວນຫຼາຍເປັນພື້ນທີ່ກະສິກຳ ຂ້າມແມ່ນ້ຳຂອງໄປຝັ່ງນະຄອນຫຼວງພະບາງ ແຂວງຫຼວງພະບາງ ພື້ນທີ່ສ່ວນໃຫຍ່ເປັນທີ່ຕັ້ງຂອງຕຶກອາຄານ ຊຸມຊົນທີ່ມີຄວາມໜາແໜ້ນ ແລະໃກ້ກັບສະໜາມບິນຫຼວງພະບາງ

 

ຮູບແບບໂຄງສ້າງຂົວ​

ຮູບແບບຂົວແບບ Balanced Cantilever

 

 

ຮູບແບບຂົວແບບ Balanced Cantilever